ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາທີ່ດິນລັດ ເພື່ອກໍ່ສ້າງໂຮງງານສ້ອມແປງເຂື່ອນໄຟຟ້າ ຕັ້ງຢູ່ ບ້ານໂຊກນ້ອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
Last updated: 20 Jun 2025
250 Views
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາທີ່ດິນລັດ ເພື່ອກໍ່ສ້າງໂຮງງານສ້ອມແປງເຂື່ອນໄຟຟ້າ ຕັ້ງຢູ່ ບ້ານໂຊກນ້ອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າໂດຍ ພະແນກ ແຜນການ ແລະ ການລົງທຶນ ແລະ ບໍລິສັດ ເອັນບີລາວ ຈໍາກັດຜູ້ດຽວ ໃນຄັ້ງວັນທີ 6 ມິຖຸນາ 2025, ທີ່ສໍານັກງານໃຫຍ່ ບໍລິສັດ ເອັນບີລາວ ຈໍາກັດຜູ້ດຽວ ບ້ານ ນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ໂດຍການເປັນປະທານຂອງ ທ່ານ ປອ ນ. ບົວວອນ ສຸກລາແສງ, ຫົວໜ້າ ພະແນກ ແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ປອ ເສີມຄໍາ ທໍາມະວົງສາ, ຫົວໜ້າ ພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ທ່ານ ນ. ວິໄລວອນ ຈັນທະລາຕີ, ເຈົ້າເມືອງ ໄຊເສດຖາ; ຕາງໜ້າເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທ່ານ ບົວລາ ແກ້ວບຸນທັນ, ປະທານບໍລິສັດ ເອັນບີລາວ ຈໍາກັດຜູ້ດຽວ, ທ່ານ ສະເນ່ຫາ ບຸບຜາ ຮອງປະທານ ບໍລິສັດ ເອັນບີລາວ ຈໍາກັດຜູ້ດຽວ ແລະ ທ່ານ ສົມເດັດ ຮຸ່ງບຸນຍັງ ອໍານວຍການ ບໍລິສັດ ເອັນບີລາວ ຈໍາກັດຜູ້ດຽວ
ທ່ານ ບົວລາ ແກ້ວບຸນທັນ ປະທານ ບໍລິສັດ ເອັນບີລາວ ຈໍາກັດຜູ້ດຽວ ໃຫ້ຮູ້ວ່າ: ຈຸດປະສົ່ງຫຼັກຂອງໂຄງການ ວ່າດ້ວຍການລົງທຶນພັດທະນາທີ່ດິນລັດ ເພື່ອກໍ່ສ້າງໂຮງງານສ້ອມແປງເຂື່ອນໄຟຟ້າ ຕັ້ງຢູ່ ບ້ານໂຊກນ້ອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໃນການລົງທຶນຄັ້ງນີ້ສຳລັບພວກເຮົາແລ້ວ ສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈໃນການຮ່ວມພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ເຊິ່ງນອນຢູ່ໃນແຜນຍຸດທະສາດດ້ານອຸດສະຫະກຳ ແລະ ການຄ້າ ເພື່ອສ້າງຄວາມເຂັ້ມແຂງດ້ານການບໍລິການວິສະວະກອນ. ບໍລິສັດ ເອັນບີລາວ ຈຶ່ງມີຄວາມສົນໃຈສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງໂຮງງານສ້ອມແປງເຂື່ອນໄຟຟ້າ ເຊິ່ງເປັນແຫ່ງທຳອິດໃນ ສປປ ລາວ ເພື່ອຍົກສູງຄວາມເປັນເຈົ້າຕົນເອງ ໃນການບໍລິການດ້ານວິສະວະກອນໃຫ້ເຂັ້ມແຂງ ແລະ ຍືນຍົງ ພ້ອມກັບການຊຸກຍູ້ການສ້າງວຽກເຮັດງານທໍາໃຫ້ກັບແຮງງານລາວ.
ປະຈຸບັນ ປະເທດລາວມີ ເຂື່ອນໄຟຟ້າພະລັງງານນໍ້າລວມ 80 ແຫ່ງ (ອ້າງອີງຈາກ EDL-Gen, ປີ 2023) ແລະ ມີໂຄງການທີ່ກໍາລັງກໍ່ສ້າງ ແລະ ກໍາລັງວາງແຜນກໍ່ສ້າງອີກຫຼາຍແຫ່ງ. ທ້າຍປີ 2023 ຜ-ຟຟລ ມີກໍາລັງການຜະລິດລວມ 1,737 MW ກວມເອົາປະມານ 14.86% ຂອງກໍາລັງການຕິດຕັ້ງລວມຂອງ ສປປ ລາວ. ນອກຈາກເຂື່ອນໄຟຟ້າແລ້ວ ປະເທດລາວເຮົາຍັງມີ ແຫລ່ງພະລັງງານອື່ນໆອີກ 17 ແຫ່ງ ລວມທັງ ພະລັງງານແສງຕາເວັນ ຊີວະມວນ ແລະ ຄວາມຮ້ອນຖ່ານຫີນ ເຮັດໃຫ້ປະເທດລາວມີແຫຼ່ງພະລັງງານທັງໝົດ 97 ແຫ່ງ ທີ່ມີກໍາລັງການຕິດຕັ້ງລວມ 11,677 MW. ການລິເລີ່ມສ້າງຕັ້ງໂຮງງານສ້ອມແປງເຂື່ອນໄຟຟ້ານີ້ ເປັນການລົງທຶນອັນສຳຄັນໃນອະນາຄົດຂອງການສະໜອງການບໍລິການໃນລາວ ໂດຍຈັດໃຫ້ມີພື້ນທີ່, ຄວາມສາມາດ ແລະ ມາດຕະຖານດ້ານວິຊາຊີບທີ່ສະໜັບສະໜູນຂະແໜງການໄຟຟ້າພະລັງນ້ຳ ແລະ ອຸດສາຫະກຳ. ພວກເຮົາມີຄວາມພູມໃຈທີ່ຈະກ້າວໄປຂ້າງໜ້າພ້ອມກັບການພັດທະນາປະເທດຊາດ.
ບໍລິສັດ ເອັນບີລາວ ຈໍາກັດຜູ້ດຽວ, ໃນປັດຈຸບັນ ພວກເຮົາໃຫ້ບໍລິການໃນຂົງເຂດວຽກງານ ຄຸ້ມຄອງການຜະລິດກະແສໄຟຟ້າ, ບຳລຸງຮັກສາ, ສ້ອມແປງ ຂະໜາດນ້ອຍ ແລະ ຂະໜາດໃຫຍ່ ໃຫ້ບັນດາເຂື່ອນໄຟຟ້າ, ສະຖານີໄຟຟ້າຂອງ ຜ-ຟຟລ, ເຂື່ອນໄຟຟ້າ ແລະ ສະຖານີໄຟຟ້າຂອງລັດ ແລະ ເອກະຊົນ ແບບຄົບວົງຈອນ. ບໍລິການຂອງພວກເຮົາປະກອບມີ ການດຳເນີນການ ແລະ ການບຳລຸງຮັກສາ (O&M), ການຕິດຕັ້ງ ແລະ ການທົດສອບ (Installation and Commissioning), ການບຳລຸງຮັກສາແບບປ້ອງກັນ ແລະ ແກ້ໄຂ (Preventive and Corrective Maintenance), ການບຳລຸງຮັກສາທົ່ວໄປ ແລະ ສ້ອມແປງຂະໜາດນ້ອຍ ແລະ ຂະໜາດໃຫຍ່ (General Maintenance and Overhaul), ການອອກແບບທາງວິຊະວະກໍາ ແລະ ໃຫ້ຄຳປຶກສາ (Design Engineering and Consulting) ແລະ ຕົກລົງເຫັນດີລົງທຶນໃນໂຄງການກໍ່ສ້າງໂຮງງານສ້ອມແປງເຂື່ອນໄຟຟ້າ ຕັ້ງຢູ່ ບ້ານໂຊກນ້ອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ເພື່ອປະກອບສ່ວນເຂົ້າໃນການສ້າງພື້ນຖານເສດຖະກິດແຫ່ງຊາດ ພ້ອມດຽວກັນນີ້ເພື່ອເຮັດໃຫ້ແຜນການລົງທຶນໃນໂຄງການດັ່ງກ່າວ ສາມາດດຳເນີນການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ຊັດເຈນ ໃຫ້ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍ ຂອງບໍລິສັດ.
ສະນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳ ເຫັນດີ ຕາມການສະເໜີຂອງກະຊວງແຜນການ ເເລະ ການລົງທຶນ ຄື: ເຫັນດີອະນຸມັດໃຫ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາທີ່ດິນລັດ ເພື່ອກໍ່ສ້າງໂຮງງານສ້ອມແປງເຂື່ອນໄຟຟ້າ ຕັ້ງຢູ່ ບ້ານໂຊກນ້ອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ການເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ເປັນຂີດໝາຍທີ່ສຳຄັນ ເພື່ອກ້າວໄປສູ່ການການສຶກສາຄວາມເປັນໄປໄດ້ ແລະ ກ້າວເຂົ້າສູ່ການລົງທຶນພັດທະນາໂຄງການດັ່ງກ່າວຢ່າງເປັນຮູບປະທໍາ.

Related Content