ພິທີເຊັນມອບ-ຮັບໂຄງການຕິດຕັ້ງລະບົບ Governor Unit 02 ທີ່ເຂື່ອນໄຟຟ້າ ເຊເສັດ 2
ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2025, ເວລາ 11:45 ໂມງ, ໄດ້ມີພິທີເຊັນສັນຍາການມອບ-ຮັບໂຄງການ ຕິດຕັ້ງລະບົບ Governor Unit 02 ທີ່ ເຂື່ອນໄຟຟ້າ ເຊເສັດ 2 ຢ່າງເປັນທາງການ.
ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ເຂື່ອນໄຟຟ້າ ເຊເສັດ 1-2 ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຈາກ ບໍລິສັດ ໄຟຟ້າລາວມະຫາຊົນ (EDL) ແລະ ບໍລິສັດ ເອັນບີລາວ ຈໍາກັດຜູ້ດຽວ. ທ່ານ ສິລິພົມ ແສງອ່ອນແກ້ວ, ຮອງຜູ້ອໍານວຍການໃຫຍ່ສາຍງານການຜະລິດ ແລະ ທ່ານ ຄໍາໃບ ຫຼວງໄຊ, ຮອງຜູ້ອໍານວຍການໃຫຍ່ສາຍງານການເງິນ ຈາກ EDL, ພ້ອມດ້ວຍ ທ່ານ ບົວລາ ແກ້ວບຸນທັນ, ປະທານບໍລິສັດ ເອັນບີລາວ ຈໍາກັດຜູ້ດຽວ ໄດ້ເປັນກຽດເຂົ້າຮ່ວມໃນຄັ້ງນີ້.
ການເຊັນມອບ-ຮັບໂຄງການນີ້ເປັນສັນຍາລັກຂອງການຮ່ວມມືທີ່ເຂັ້ມແຂງ ແລະ ຄວາມມຸ່ງໝັ້ນໃນການພັດທະນາຂີດຄວາມສາມາດດ້ານພະລັງງານຂອງປະເທດລາວ. ບໍລິສັດ ເອັນບີລາວ ຈໍາກັດຜູ້ດຽວ ປະສົບຜົນສໍາເລັດໃນການດໍາເນີນການຂອງໂຄງການນີ້ຢ່າງລາບລື່ນ ຜ່ານການວາງແຜນ ແລະ ການຈັດຕັ້ງປະຕິບັດທີ່ລະອຽດ, ເຊິ່ງຊ່ວຍຮັບປະກັນປະສິດທິພາບ ແລະ ຄວາມໜ້າເຊື່ອຖືຂອງເຂື່ອນໄຟຟ້າເຊເສັດ 2 ຢ່າງຕໍ່ເນື່ອງ. ຄວາມພະຍາຍາມນີ້ມີບົດບາດສໍາຄັນໃນການປັບປຸງພື້ນຖານໂຄງລ່າງພະລັງງານຂອງປະເທດເຮົາ.